ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງໝໍສູນກາງ 103 ກອງທັບ ສະຫຼຸບຜົນງານຂອງຄະນະຊ່ຽວຊານ ຈີນ ຊຸດທີ IX


     ວັນທີ 1 ທັນວາ 2023 ນີ້, ໂຮງໝໍສູນກາງ 103 ກອງທັບ ໄດ້ສະຫຼຸບຜົນງານຂອງຄະນະ ຊ່ຽວຊານ ຈີນ ຊຸດທີ IX, ໂດຍການເປັນ
ປະທານ ຂອງ ສະຫາຍ ພົນຕີ ຈັນທອງ ສອນຕະອາດ ກຳມະການຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,
ມີຮອງຫົວໜ້າກົມເສນາຮັກ, ຄະນະອຳນວຍການໂຮງໝໍສູນກາງ 103 ກອງທັບ ແລະ ຫົວໜ້າຄະນະຊ່ຽວຊານ ຈີນ ຊຸດທີ IX ພ້ອມດ້ວຍ
ຄະນະ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ໃນການປະຕິບັດໜ້າທີ່ຂອງຄະນະຊ່ຽວຊານ ຈີນ ໃນຄັ້ງນີ້, ເພື່ອເປັນການປະຕິບັດຮັດແໜ້ນ ສາຍພົວພັນແຫ່ງມິດຕະພາບ ແລະ ການ
ຮ່ວມມືຮອບດ້ານ, ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ ໝັ້ນຄົງຍາວນານຕະຫຼອດໄປບົນຈິດໃຈ 4 ດີ ຄື: ເປັນເພື່ອນໃກ້ເຮືອນຄຽງທີ່ດີ,
ເປັນເພື່ອນມິດທີ່ດີ, ເປັນຄູ່ຮ່ວມມືທີ່ດີ ແລະ ເປັນສະຫາຍທີ່ດີ ລະຫວ່າງສອງຊາດ, ສອງກອງທັບ ລາວ-ຈີນ , ຈີນ-ລາວ ໃຫ້ ເພີ່ມພູນຄູນ
ສ້າງເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ສະນັ້ນ, ຄະນະຊ່ຽວຊານຈາກກອງທັບ ປົດປ່ອຍ ປະຊາຊົນ ຈີນ ຊຸດທີ IX ຈຶ່ງໄດ້ມາປະຈຳການ
ເຮັດໜ້າທີ່ຊ່ວຍເຫຼືອທາງດ້ານວິຊາການ, ເຕັກນິກວິທະຍາສາດ ອັນທັນສະໄໝ ເຊິ່ງໄດ້ປະກອບສ່ວນເປັນທີ່ປືກສາ, ໃຫ້ຄວາມຮູ້ຄວາມສາ
ມາດ ທັງໃນດ້ານ ທິດສະດີ ແລະ ປະຕິບັດຕົວຈິງ ຈົນປະສົບຜົນສຳເລັດອັນຈົບງາມ ໃນຫຼາຍດ້ານຕະຫຼອດໄລຍະ 6 ເດືອນ ນັບແຕ່ວັນທີ 9
ມິຖຸນາ 2023 ເປັນຕົ້ນມາ.

     ສະຫາຍ ພົນຕີ ຈັນທອງ ສອນຕະອາດ ໄດ້ສະແດງຄວາມຍ້ອງຍໍສັນລະເສີນຕໍ່ໝາກຜົນອັນມີ ກຽດສະຫງ່າງາມ ແລະ ສາຍພົວພັນອັນ
ໝັ້ນຄົງທະນົງແກ່ນຂອງສອງຊາດ ລາວ-ຈີນ, ຈີນ-ລາວ ກໍຄື ສອງກອງທັບທີ່ບັນດາຄະນະຊ່ຽວຊານ ຊຸດທີ IX ໄດ້ກໍ່ສ້າງໃນຄັ້ງນີ້, ພ້ອມທັງ
ປະດັບຫຼຽນໄຊພິລະອາດຫານ ຈາກກະຊວງປ້ອງກັນປະເທດ ຕາມຂໍ້ຕົກລົງວ່າດ້ວຍການມອບຫຼຽນໄຊພິລະອາດຫານ ແລະ ໃບຍ້ອງຍໍ, ອີງ
ຕາມດຳລັດຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ວ່າດ້ວຍການແຂ່ງຂັນ ແລະ ຍ້ອງຍໍ. ກະຊວງປ້ອງກັນປະເທດ ຕົກລົງມອບຫຼຽນໄຊພິ
ລະອາດຫານ ຊັ້ນ II ໃຫ້ແກ່ ສະຫາຍ ຮສຈ ໄຊເຢ ຊ່ຽວຊານຫົວໃຈ-ເສັ້ນເລືອດ, ມອບຫຼຽນໄຊພິລະອາດຫານ ຊັ້ນ III ໃຫ້ແກ່ຄະນະຊ່ຽວ
ຊານ ຈຳນວນ 7 ສະຫາຍຄື: 1. ຮສຈ ຫຼີເຕີຊວຍ ຊ່ຽວຊານ ພາຍໃນລະບົບປະສາດ, 2. ຮສຈ ຫຼົວຮຸຍ ຊ່ຽວຊານ ລະບົບລະລາຍ, 3. ຮສຈ
ຖາງໄຫຫຼົງ ຊ່ຽວຊານ ພະຍາດເລືອດ, 4. ຮສຈ ຈູເຊຍ ຊ່ຽວຊານ ຜ່າຕັດກະດູກ, 5. ຮສຈ ເຈິງຊິງລຸ້ຍ ຊ່ຽວຊານ ຜ່າຕັດລະບົບປະສາດ,
6. ພບ ຫຼີຊຽວສວງ ຊ່ຽວຊານ ພະຍາບານ ຫົວໃຈເສັ້ນເລືອດ, 7. ພບ ນ ມາຈິງຫົວ ຊ່ຽວຊານ ພະຍາບານ ແລະ ມອບ ໃບຍ້ອງຍໍກະຊວງ
ປ້ອງກັນປະເທດ ໃຫ້ 2 ສະຫາຍ: 1. ນ ຊຽວ ຊຽວອີ ພາສາແປ, 2. ຫຼິວຕົງ ພໍ່ຄົວ. ພ້ອມນີ້, ທັງໝົດຍັງໄດ້ຮັບໃບຍ້ອງຍໍຂອງຄະນະອຳນວຍ
ການໂຮງໝໍສູນກາງ 103 ກອງທັບ ຕື່ມອີກ.

ແຫຼ່ງຂ່າວໂດຍ ໂຊກທະວີ ແກ້ວບຸດຕະລາດ
ວັນທີ 07/12/2023